
ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຄວບຄຸມພະຍາດຕິດຕໍ່ 5 ປີ (2021-2025) ແລະ ທິດທາງແຜນການ 2026-2030
December 16, 2025 - December 18, 2025
Holiday Inn & Suites VIentiane

ໄດ້ຈັດກອງປະຊຸມ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຄວບຄຸມພະຍາດຕິດຕໍ່ 5 ປີ (2021-2025) ແລະ ທິດທາງແຜນການ 2026-2030 ພາຍໃຕ້ການເຂົ້າຮ່ວມເປັນປະທານ ໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ມີບັນດາ ຫົວໜ້າ/ຮອງຫົວໜ້າ ຫ້ອງການ, ກົມ, ສະຖາບັນ, ມວສ, ບັນດາສູນ ອ້ອມຂ້າງກະຊວງສາທາລະນະສຸກ, ຫົວໜ້າ, ຮອງພະແນກ ສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍແຂວງ 17 ແຂວງ, ແລະ ນະຄອນຫຼວງວຽງຈັນ, ຕາງໜ້າອົງການອະນາໄມໂລກປະຈຳລາວ ແລະ ບັນດາທ່ານ ຄູ່ຮ່ວມພັດທະນາ ທັງພາຍໃນ ແລະ ສາກົນກໍ່ໄດ້ເຂົ້າຮ່ວມ;
ກອງປະຊຸມໃນຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມສຳຄັນຫຼາຍ ໂດຍໄດ້ຍົກໃຫ້ເຫັນ ການສະຫຼຸບ, ຕີລາຄາຈຸດດີ, ບັນຫາ ແລະ ຂໍ້ຄົງຄ້າງ ທີ່ຮຽກຮ້ອງໃຫ້ມີການປັບປຸງ ແລະ ແກ້ໄຂ ເພື່ອເປັນແນວທາງ ໃນການແກ້ໄຂກໍຄື ການເສີມສ້າງຄວາມເຂັ້ມແຂງ ໃຫ້ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ໃຫ້ດີຂື້ນ ທັງຜັນຂະຫຍາຍເປັນແຜນການຈັດຕັ້ງປະຕິບັດ ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ X (2026-2030), ແຜນປະຕິຮູບສາທາລະນະສຸກ 2021-2030.


ໃນທ່າມກາງທີ່ມີການແຜ່ລະບາດ ຂອງພະຍາດຕິດຕໍ່ ທີ່ເກີດຂື້ນໃໝ່ ແລະ ກັບຄືນມາໃໝ່ ພ້ອມທັງພະຍາດຕິດຕໍ່ຕາມລະດູການ ເຊີ່ງການລະບາດ ດັ່ງກ່າວ ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ໃນຫຼາຍໆດ້ານ ເປັນຕົ້ນ ດ້ານການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາວຽກງານສາທາລະນະສຸກ ນັບແຕ່ສູນກາງ ຮອດ ທ້ອງຖີ່ນ ໃນຂອບເຂດທົ່ວປະເທດ ດ້ວຍເຫດຜົນດັ່ງກ່າວນີ້ ການສ້າງຄວາມອາດສາມາດ ໃນວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢ່າງຕັ້ງໜ້າ ໂດຍການປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢ່າງບໍ່ຮູ້ອິດເມືອຍ ໂດຍສະເພາະ ການເປັນເຈົ້າການຊ່ວຍກັນ ຂອງບັນດາ ອຳນາດການປົກຄອງ ແຕ່ລະຂັ້ນ, ພາກລັດ - ເອກະຊົນ, ຈົນຮອດ ປະຊາຊົນ ຈຶ່ງຈະເຮັດໃຫ້ ພວກເຮົາສາມາດຄວບຄຸມ ການແຜ່ລະບາດຂອງພະຍາດຕິດຕໍ່ໄດ້ຮັບຜົນສໍາເລັດດີ.
ໃນໄລຍະຜ່ານມາ ໄດ້ມີການປັບປຸງລະບົບສາທາລະນະສຸກ ໃນແຕ່ລະຂັ້ນ ເພື່ອຮັບປະກັນໃຫ້ມີລະບົບສາທາລະນະສຸກ ທີ່ສາມາດຮອງຮັບຕໍ່ການລະບາດ ຫຼື ເຫດການສຸກເສີນອື່ນໆ ທີ່ອາດຈະເກີດຂື້ນໃນຕໍ່ໜ້າ ເມື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະ 5 ປີ ຜ່ານມາ ກໍ່ເຫັນໄດ້ວ່າວຽກງານ ກັນ ແລະ ຄວບຄຸມພະຍາດຕິດຕໍ່ ແມ່ນສາມາດຍາດມາໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະ ແມ່ນການສ້າງຄວາມກຽມພ້ອມຮັບມືຕໍ່ເຫດການສຸກເສີນດ້ານສາທາລະນະສຸກ ແລະ ການປະຕິບັດກົດລະບຽບສາກົນດ້ານສາທາລະນະສຸກ ການເຝົ້າລະວັງ ແລະ ໂຕ້ຕອບການລະບາດ ຄວາມຄືບໜ້າໃນການປະຕິບັດຍຸດທະສາດ ລົບລ້າງພະຍາດ ແມ່ນມີຜົນສໍາເລັດດີ ໂດຍມີກົນໄກປະສານງານຫຼາຍຂະແໜງການ ມີລະບົບຄຸ້ມຄອງເຫດການສຸກເສີນດ້ານສາທາລະນະສຸກແຕ່ສູນກາງຮອດທ້ອງຖິ່ນ ມີລະບົບເຝົ້າລະວັງແຫ່ງຊາດ ລະບົບເຝົ້າລະວັງເຊື້ອຕ້ານຕໍ່ຢາ ມີກົນໄກປະສານງານສຸຂະພາບໜຶ່ງດຽວ ມີການສ້າງນັກລະບາດວິທະຍາພາກສະໜາມ ເພື່ອຮັບປະກັນໃຫ້ມີນັກລະບາດ ທີ່ເປັນດ່ານໜ້າໃນການໂຕ້ຕອບຕໍ່ການລະບາດ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ ນອກຈາກນີ້ຍັງມີຫ້ອງວິເຄາະຢັ້ງຢືນແຫ່ງຊາດທີ່ໄດ້ມາດຕະຖານສາກົນ ການປະຕິບັດຍຸດທະສາດລົບລ້າງ 3 ພະຍາດ ແມ່ນມີຄວາມຄືບໜ້າດີ ໂດຍສະເພາະແມ່ນການຄວບຄຸມພະຍາດ ໄຂ້ມາລາເຣຍໃນແຕ່ລະປີ ເຊິ່ງສາມາດຄວບຄຸມພະຍາດມາລາເຣຍຫຼຸດລົງເຖິງ 93 % ໃນປີ 2025 ທຽບໃສ່ປີ 2021 ເຊິ່ງອາດບັນລຸເປົ້າໝາຍລົບລ້າງທີ່ວາງໄວ້.
ວັນທີ 16-18 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ
![]() | ![]() |
![]() | ![]() |


